ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ກົມກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2023 ແລະ ເປີດຂະ
ບວນການ
ແຂ່ງຂັນ ປະຈໍາປີ 2024 ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 22 ກຸມພາ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍ
ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ ປະຈຳປີ 2023 ແລະ ເປີດຂະບວນການແຂ່ງຂັນ ປະຈໍາປີ 2024
ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ
ຫົວໜ້າຫ້ອງວ່າການກະຊວງປ້ອງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ບໍລິສັດລັດວິສາຫະກິດ ພ້ອມດ້ວຍພະນັກ
ງານສະມາຊິກພັກທົ່ວຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.

     ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການ
ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງ ປອດໃສ ປອດໄພ ປອດຄະດີ ປະຈໍາປີ 2023 ແລະ ແຜນການປີ 2024 ຄະນະ
ພັກ ອົງການຫ້ອງວ່າການກະຊວງ ໄດ້ເອົາໃຈໃສ່ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ອົງການການເມືອງ ໃນການຄົ້ນຄວ້າວາງທິດທາງ
ແຜນການຕາມ 5 ເນື້ອໃນວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ກ່ຽວກັບການກໍ່ສ້າງກອງ
ປອດໃສ ປອດໄພ ປອດຄະດີ ໂດຍຫັນເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ແລະ 4 ໜ້າທີ່ໃຫຍ່ 26
ແຜນງານ ທີ່ຄະນະພັກກະຊວງວາງອອກ, ໄດ້ຖືສໍາຄັນຕໍ່ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກ
ໄດ້ຮັບຮູ້, ເຊື່ອມຊຶມກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງຂອງຂັ້ນເທິງ, ຢຶດໝັ້ນລັດທິມາກ-ເລນິນ, ແນວ
ຄິດໄກສອນພົມວິຫານ ແລະ ຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມ, ພະນັກງານ-ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ເຮັດສຳເລັດ ຕໍ່ໜ້າທີ່
ການ ເມືອງຂອງຕົນ, ພ້ອມນັ້ນກໍເອົາໃຈໃສ່ການປັບປຸງບູລະນະການຈັດຕັ້ງຢ່າງເຂັ້ມງວດ ຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງ
ພັກ, ການດໍາເນີນຊີວິດການເມືອງຂອງໜ່ວຍພັກ, ເສີມຂະຫຍາຍລັກສະນະນໍາພາ, ສຶກສາອົບຮົມ ແລະ ຕັ້ງໜ້າກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ຕິດພັນກັບການກໍ່ສ້າງກອງ 3 ປອດ, ເປັນຂະບວນການຢ່າງກວ້າງຂວາງດ້ານປະລິມານ ແລະ ຄຸນນະພາບເພີ່ມຂຶ້ນ ທົ່ວຄະນະພັກອົງ
ການ ຫ້ອງວ່າການກະຊວງ ມີ 4 ຄະນະພັກຮາກຖານ, ມີ 31 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ມີ 11 ໜ່ວຍພັກຮາກຖານຂຶ້ນກັບ ຄະນະ
ພັກ. ໃນພິທີ ກໍໄດ້ຜ່ານມະຕິຕົກລົງຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2023
ຈາກນັ້ນ ກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 37 ໜ່ວຍພັກ ແລະ ມອບໃບຢັ້ງຢືນກົມກອງ ປອດໃສ ປອດໄພ ປອດ
ຄະດີ ປະເພດ I ໃຫ້ແກ່ 37 ກົມກອງ, ປະເພດ II ມີ 1 ກົມກອງ ພ້ອມນັ້ນກໍຍັງໄດ້ຂຶ້ນຜ່ານຂໍ້ແຂ່ງຂັນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ ແລະ ກົມກອງປອດໃສ ປອດໄພ ປອດຄະດີ ປະຈໍາປີ 2024.

     ໂອກາດນີ້, ສະຫາຍ ປະທານກອງປະຊຸມ ກໍໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຕະ
ຫຼອດ ຮອດພະນັກງານ-ສະມາຊິກພັກ ຈົ່ງເອົາໃຈໃສ່ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງຕົນ, ເປັນເຈົ້າການຖືເອົາຂະບວນການ 3 ປອດ ເປັນ
ມະຕິ, ແຜນ ການນໍາພາຂອງພັກ ຫັນເອົາວຽກງານນີ້ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 23/02/2024